ຫົວສີໃຄ ເປັນພືດທຳມະຊາດຊະນິດໜຶ່ງທີ່ໃຫ້ປະໂຫຍດຫຼາຍຢ່າງ ໃຊ້ເປັນສ່ວນປະກອບໃນການປຸງແຕ່ງອາຫານ, ເປັນເຄື່ອງດື່ມ ທີ່ຊ່ວຍບຳລຸງຮ່າງກາຍໃຫ້ແຂງແຮງ ທັງມີຄຸນ ປະໂຫຍດເປັນຢາປົວພະຍາດຕື່ມອີກ. ນອກຈາກນີ້ ຫົວສີໃຄຍັງສາມາດບຳລຸງຜົມຊ່ວຍປ້ອງກັນ ແລະ ແກ້ໄຂບັນຫາຜົມແຕກປາຍ, ປ້ອງກັນຜົມຫຼົ່ນ, ຫຼຸດອາການຄັນໜັງຫົວ ທັງເຮັດໃຫ້ຜົມອ່ອນນຸ້ມ ແລະ ເງົາງາມອີກດ້ວຍ.
ຫົວສີໃຄ ມີສານອາຫານທີ່ສຳຄັນ ເປັນຕົ້ນ ວິຕາມິນຊີ, ເອ ແລະ ຍັງມີສ່ວນປະກອບຂອງນຳ້ມັນຊະນິດໜຶ່ງ ທີ່ຊ່ວຍບຳລຸງຜົມອີກດ້ວຍ. ສຳລັບແມ່ຍິງທີ່ຜົມຍາວ ແຕ່ມັກມີບັນຫາຜົມແຫ້ງ, ແຕກປາຍລອງນຳເອົາສູດນຳ້ຫົວສີໃຄໄປໝັກຜົມ ເພື່ອໃຫ້ເສັ້ນຜົມແຂງແຮງ ແລະ ມີນຳ້ໜັກ.
- ວິທີເຮັດນຳ້ຫົວສີໃຄມີດັ່ງນີ້: ນຳເອົາຫົວສີໄຄ 1-2 ຫົວ ມາລ້າງນຳ້ໃຫ້ສະອາດ ຈາກນັ້ນ ນຳມາຕຳໃຫ້ແຫຼກດີ ຄັ້ນເອົາແຕ່ນຳ້ ແລ້ວນຳມາສະຜົມໃຫ້ສະອາດນອກຈາກນີ້ ຍັງສາມາດນຳເອົານຳ້ຫົວສີໃຄມາໝັກຜົມໃຫ້ທົ່ວ ໂດຍສະເພາະປາຍຜົມທີ່ແຫ້ງ ປະໄວ້ປະມານ 10 ນາທີ ຈຶ່ງລ້າງອອກດ້ວຍນຳ້ສະອາດ ຈະເຮັດໃຫ້ສຸຂະພາບຜົມດີຂຶ້ນ, ອາການຜົມຫຼົ່ນຈະຫຼຸດລົງ, ສິ່ງສຳຄັນ ຄວນປະຕິບັດທຸກໆຄັ້ງທີ່ສະຜົມ ຢ່າງໜ້ອຍປະມານ 1-2 ເດືອນຕິດຕໍ່ກັນຈຶ່ງຈະສາມາດເຫັນຜົນໄດ້.
ໂດຍ: ວຽງພອນ