ວຽກບ້ານງານສີມື
- Details
- Written by Super User
- Category: ວຽກບ້ານງານສີມື
- Hits: 2236
ຫົວສີໃຄເປັນຢາພື້ນເມືອງ ທີ່ພວກເຮົານໍາມາປຸງແຕ່ງອາຫານຫວານ-ຄາວຫຼາຍຢ່າງ, ປູກງ່າຍຫາຊື້ກໍບໍ່ຍາກ. ປັດຈຸບັນ ຄົນ
ເຮົາຫັນມາເນັ້ນໃສ່ການບໍລິໂພກອາຫານທີ່ປອດສານພິດ ດັ່ງນັ້ນ, ນໍ້າຫົວສີໃຄກໍຖືວ່າເປັນທາງເລືອກທີ່ດີ ສໍາລັບຄົນທີ່ຮັກສາສຸຂະພາບ ແລະ
ຍັງມີລົດຊາດແຊບ ກິ່ນຫອມ ເໝາະສຳລັບດື່ມໃນຍາມຮ້ອນ, ບໍາລຸງຮ່າງກາຍຊ່ວຍໃຫ້ຈະເລີນອາຫານ, ຂັບລົມ, ຂັບເຫື່ອຊ່ວຍບັນເທົາອາ
ການຫວັດ, ໄອ, ຍື່ງທ້ອງ. ວິທີເຮັດກໍງ່າຍຈະເຮັດໄວ້ດື່ມເອງ ຫຼື ເຮັດຂາຍກໍໄດ້.
- ສ່ວນປະກອບ
- ຫົວສີໃຄ ເຄິ່ງກິໂລ
- ໃບເຕີຍ 3 ໃບ ໄວ້ຕົ້ມໃສ່ກັບຫົວສີໃຄ
- ນໍ້າສະອາດ 4-5 ລິດ
- ນໍ້າຕານ ເຄິ່ງກິໂລ (ຫຼືໃສ່ໜ້ອຍ,ຫຼາຍ ຕາມຄວາມມັກ)
- ເກືອ ເຄິ່ງບ່ວງກາເຟ
- ວິທີເຮັດ
ເລີ່ມຈາກການກຽມຫົວສີໃຄ ລ້າງນໍ້າໃຫ້ສະອາດ ນໍາມາຊອຍເປັນຕ່ອນຂະໜາດ 2 ຂໍ້ມື ແລ້ວທຸບໃຫ້ແຕກ ເພື່ອໃຫ້ມີກິ່ນຫອມຂອງ
ຫົວສີໃຄ ແລ້ວຕົ້ມພ້ອມກັບໃບເຕີຍ ພ້ອມທັງໃສ່ເກືອ ຕົ້ມປະມານ 15-20 ນາທີ ເພື່ອໃຫ້ຫົວສີໃຄອອກສີ. ຈາກນັ້ນກໍຕອງດ້ວຍຜ້າຂາວ
ບາງ ໂດຍທົບຜ້າ 2-3 ຊັ້ນ ເພື່ອຕອງເອົາເຫຍື້ອຫົວສີໃຄອອກ ເມື່ອໄດ້ນໍ້າຫົວສີໃຄແລ້ວ ໃສ່ນໍ້າຕານໃນເວລານໍ້າຍັງຮ້ອນໆ ຄົນໃຫ້ນໍ້າ
ຕານລະລາຍ, ຊີມລົດຊາດແລ້ວປຸງໃຫ້ໄດ້ຕາມໃຈມັກ. ຖ້າໃຫ້ນໍ້າອຸ່ນກໍຕອງອີກຄັ້ງ ຈາກນັ້ນໃສ່ຈອກ ແລະ ຕຸກ ເອົາໄວ້ດື່ມ ສູດນີ້ຮັກສາໄວ້
ໄດ້ 2 ອາທິດ ໃນອຸນຫະພູມທຳມະດາຂອງຕູ້ເຢັນ.
ຂໍ້ມູນຈາກ: https: goo.gl/Y6SmT7
ໂດຍ: ແມ່ເຮືອນ